ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີ​ຈິ້ນ​ຜິງ ສົ່ງ​ສານ​ຊົມເຊີຍ​ເຖິງ​ເວທີ​ປຶກສາຫາລື​ການ
​ຮ່ວມ​ມື​ດ້ານ​ອຸດສາຫະກຳ ແລະ ການ​ລົງທຶນ


   ໃນ​ວັນ​ທີ 16 ກຸມພາ​ທີ່​ຜ່ານ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ໄດ້​ສົ່ງ​ສານ​ຊົມເຊີຍ​ເຖິງ​ກອງ​ປະຊຸມ​ເວທີ​ເປິກສາຫາລື​ການ​ຮ່ວມ​ມື​ດ້ານ​ອຸດສາຫະ ກຳ ແລະ ການ​ລົງທຶນ “ຈີນ + 5 ປະ ເທດ​ອາຊີ​ກາງ”. ເນື້ອ​ໃນ​ສານດັ່ງກ່າວ​ໄດ້​ລະບຸ​ວ່າ: ນັບ​ແຕ່​ຈີນ ແລະ 5 ປະເທດ​ອາຊີ​ກາງ​ໄດ້​ສ້າງ​ສາຍ​ພົວພັນ​ທາງ ​ການ​ທູດ​ນຳ​ກັນ​ມາ​ເປັນ​ເວລາ 30 ກວ່າ​ປີ, ເຊິ່ງ​ມີ​ການ​ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຕາມ​ລຳດັບ, ໄດ້​ບຸກເບີກ​ເສັ້ນທາງ​ອັນ​ໃໝ່​ທີ່​ມີ​ໄມຕີ​ຈິດ​ມິດຕະ ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ ມີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ​ຮ່ວມ​ກັນ, ສ້າງ​ເປັນ​ຕົວ​ແບບ​ຂອງ​ການ​ພົວພັນ​ສາກົນ ​ແບບ​ໃໝ່. ຈີນ ແລະ 5 ປະເທດ​ອາຊີ​ກາງ ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ ແລະ ການ​ລົງທຶນ ເຊິ່ງ​ສາມາດ​ປົກ​ປັກ​ຮັກສາ​ຕ່ອງ​ໂສ້​ອຸດສາຫະກຳ ແລະ ຕ່ອງ​ໂສ້​ການ​ສະໜອງ​ຜະລິດ​ຕະ​ພັນ​ຕ່າງໆ​ຂອງ​ພາກ​ພື້ນ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ຢ່າງ​ເຂັ້ມແຂງ, ຍົກ​ລະດັບ​ການ​ພັດທະນາ​ດ້ານ​ອຸດສາຫະກຳ​ຂອງ​ປະເທດ​ຢູ່​ໃນ ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ ແລະ ການ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ໂລກ, ຊຸກຍູ້​ການ​ພັດທະນາ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ຮ່ວມ​ກັນ. ຈີນ​ຍິນ​ດີ​ຮ່ວມ ​ກັບ​ປະເທດ​ອາຊີ​ກາງ​ຊົມໃຊ້​ຕະຫຼາດ​ຂະໜາດ​ໃຫຍ່, ລະບົບ​ອຸດສາຫະກຳ​ທີ່​ຄົບ​ຊຸດ ແລະ ເຕັກນິກ​ທີ່​ກ້າວໜ້າ​ທັນ​ສະໄໝ​ຮ່ວມ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ ​ຈິງ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ​ຮ່ວມ​ກັນ, ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ພາກ​ພື້ນ, ເພື່ອ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ ຕາກຳ​ຈີນ-ອາຊີ​ກາງ ທີ່​ມີ​ຄວາມ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ເວທີ​ປຶກສາຫາລື​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ ແລະ ການ​ລົງທຶນ “ ຈີນ+5 ປະເທດ​ອາ ຊີ​ກາງ” ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຊິ່ງ​ຕາວ, ແຂວງ​ຊ່ານ​ຕຸ່ງ ໃນ​ວັນ​ທີ 16 ກຸມພາ​ທີ່​ຜ່ານ​ມາ ພາຍ​ໃຕ້​ຫົວຂໍ້ “ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ​ຮ່ວມ​ກັນ, ຮ່ວມ ​ກັນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ພາກ​ພື້ນ”, ໂດຍ​ແມ່ນ​ຄະນະ​ກຳມະການ​ພັດທະນາ ແລະ ປະຕິ​ຮູບ​ແຫ່ງ​ຊາດ​ຈີນ, ອົງການ​ປົກຄອງ ​ແຂວງ ຊ່ານ​ຕຸ່ງ ຮ່ວມ​ກັນ​ເປັນ​ເຈົ້າພາບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/02/2023